Quantcast
Channel: galaxy note 5 –แอพดิสคัส
Viewing all articles
Browse latest Browse all 29

ຣີວິວ Samsung Galaxy Note 5 ເຄື່ອງລະດັບທັອບຂອງລະບົບ Android ຈາກ Samsung

$
0
0

อ่านรีวิวภาษาไทย>>รีวิว Samsung Galaxy Note 5 เครื่องระดับท็อปของระบบ Android จาก Samsung<<

ມືຖືລະດັບສູງ ການໃຊ້ງານລະດັບສູງ ເປັນເຄື່ອງລະດັບທັອບຂອງລະບົບ Android ຈາກທາງ Samsung ທີ່ມີເອກະລັກສະເພາະໂຕຫລາຍໃນເລື່ອງຂອງປາກກາຂຽນຫນ້າຈໍ S-Pen ເອີ້ນໄດ້ວ່າເປັນອັນດັບຫນຶ່ງໃນເລື່ອງນີ້.

P8261931

 

Samsung Galaxy Note 5 ເທື່ອນີ້ນອກຈາກຈະມາໃນປະສິດທິພາບ ແລະ ການໃຊ້ງານໃນລະດັບສູງແລ້ວ ທາງ Samsung ເນັ້ນໃນເລື່ອງຂອງວັດສະດຸ ແລະ ການອອກແບບເປັນຢ່າງດີ ກະຈົກຫນ້າຫລັງປະສົມປະສານສີເຫລື້ອມສະທ້ອນແສງ ເຄື່ອງນ້ອຍແຕ່ຫນ້າຈໍໃຫຍ່ ຂອບເຄື່ອງດ້ານຫລັງໂຄ້ງໃຫ້ຈັບຖືງ່າຍ ແລະ ການອອກແບບທີ່ໂດດເດັ່ນຫລາຍ ເວລາຖືໃຊ້ງານ ແລະ ທີ່ສຳຄັນຄືເລື່ອງຂອງເຄື່ອງທີ່ເປັນໂລຫະແບບທີ່ໃຫ້ຄວາມຮູ້ສຶກເຖິງຄວາມແຂງແຮງຫລາຍ.

P8261955

ວັດສະດຸພາຍນອກຂອງ Samsung Galaxy Note 5 ນັ້ນຖືວ່າເປັນການຕໍ່ຍອດມາຈາກ Samsung Galaxy S6 ແບບເຕັມໆ ເປັນຊ່ວງປີທີ່ທາງ Samsung ຕັດສິນໃຈປ່ຽນແປງຄັ້ງໃຫຍ່ໃນການເລືອກໃຊ້ວັດສະດຸທີ່ນຳມາຜະລິດເຄື່ອງ ແຕ່ເລື່ອງນີ້ກໍ່ຖືວ່າເປັນຈຸດອ່ອນທີ່ທາງ Samsung ຖືກເວົ້າເຖິງມາຕະຫລອດ ຈາກແຕ່ກ່ອນທີ່ເຄຍນິຍົມໃຊ້ວັດສະດຸທີ່ເປັນປລາສຕິກເປັນຫລັກ ຕອນນີ້ປ່ຽນໄປຫມົດແລ້ວ.

P8261929

ຈາກພາຍນອກທີ່ປ່ຽນໄປ ມາເຖິງພາຍໃນທີ່ອັບເກຣດຫລາຍຂຶ້ນ ເປັນເລື່ອງຂອງສະເປັກທີ່ແຮງຂຶ້ນເປັນສ່ວນໃຫຍ່ ລວມທັງພາຍໃນ ແລະ ພາຍນອກທີ່ພັດທະນາຂຶ້ນມາ ມາເບິ່ງກັນວ່າໃນລຸ້ນ Samsung Galaxy Note 5 ຈະມີດີແບບໃດໃນຣີວິວນີ້.

 

ຕົວເຄື່ອງພາຍນອກ

ເປັນການພະຍາຍາມໃຫ້ໂຕເຄື່ອງມີຄວາມນ້ອຍລົງ ຈັບຖະຫນັດຫລາຍຂຶ້ນ ໃນຂະຫນາດຫນ້າຈໍເທົ່າເດີມໂດຍການນຳເອົາການອອກແບບສາລະພັດທີ່ຈະຄິດອອກມາໃຊ້ໃນການຜະລິດ ລ່າສຸດສຳລັບ Samsung Galaxy Note 5 ການອອກແບບຝາຫລັງທີ່ໂຄ້ງເຂົ້າກັບຝາມື ມັນເຮັດໃຫ້ເຮົາຮູ້ສຶກວ່າໂຕເຄື່ອງຈັບຖະຫນັດຫລາຍຂຶ້ນກວ່າເຄື່ອງ Samsung Galaxy Note 4 ແບບຊັດເຈນ.

P8261943

ຂອບໂລຫະເບິ່ງແລ້ວແຂງແຮງ ງານລະອຽດ ຝາປິດຊ່ອງໃສ່ຊິມເຮັດມາແບບສວຍງາມ ລຽບໄປກັບຂອບເຄື່ອງດ້ານເທິງຫລາຍ ບໍ່ສາມາດໃສ່ SD Card ເພິ່ມໄດ້.

P8261952

ສັງເກດວ່າໂຕເຄື່ອງເນັ້ນຄວາມເງົາງາມ ແລະ ຄວາມຫລູຫລາຍ ເປັນກະຈົກທັງຫນ້າ ແລະ ຫລັງ ແຕ່ເຮັດໃຫ້ມີຮອຍນີ້ວມືງ່າຍ.

P8261940

ປຸ່ມໂຮມຍັງຄົງຢູ່ ພ້ອມເປັນທີ່ສະແກນລາຍນີ້ວມຶືໄດ້ດ້ວຍການທັຊ ຖືກຕ້ອງຂຶ້ນກວ່າເກົ່າຫລາຍ.

P8261947

ດ້ານຫລັງເປັນກ້ອງຖ່າຍພາບ ດ້ານຂ້າງຍັງມາພ້ອມກັບເຊັນເຊີ້ວັດອັດຕາການເຕັ້ນຂອງຫົວໃຈ.

P8261946

ໂດຍລວມໂຕເຄື່ອງຫລູຫລາຫລາຍ ເປັນເຄື່ອງທີ່ໃຫ້ຄວາມຮູ້ສຶກສວຍງາມແບບທີ່ບໍ່ຄືໄຜດ້ວຍ Samsung ກັ່ນຕອງແນວການເລືອກໃຊ້ວັດສະດຸອອກມາດ້ວຍຕົນເອງ ສຳລັບຄວາມຫລູຫລານີ້ໃຫ້ຜ່ານເລີຍ.

P8261961

ປາກກາ S-Pen ອອກແບບໃຫມ່ ຈະແບນລົງເລັກນ້ອຍ ແລະ ໃຫ້ມີສ່ວນທ້າຍປາກກາເປັນສະປິງກົດ ແລ້ວຈະຍື່ນອອກມາເພື່ອໄວ້ໃຊ້ຕອນດຶງປາກກາອອກຈາກໂຕເຄື່ອງໄດ້ງ່າຍຂຶ້ນ.

P8261935

P8261937

 

ສະເປັກເຄື່ອງ Samsung Galaxy Note 5

  • 3G HSDPA
  • 4G LTE
  • ຂະຫນາດໂຕເຄື່ອງ 153.2 x 76.1 x 7.6 ມມ. ນ້ຳຫນັກ 171 ກຣາມ
  • Fingerprint sensor (PayPal certified)
  • ລະບົບຊຳລະເງິນແບບແຖບແມ່ເຫັລກ (MST)
  • S Pen stylus
  • Fast Wireless Charging ສາກເຕັມ 100% ໃນເວລາ 120 ນາທີ
  • Samsung Knox ລະບົບຮັກາຄວາມປອດໄພ
  • ຫນ້າຈໍ Super AMOLED ຂະຫນາດ 5.7 ນີ້ວຄວາມລະອຽດ 1440 x 2560 pixels (518ppi)
  • ກະຈົກ Corning Gorilla Glass 4
  • Android 5.1.1 Lollipop ປັບແຕ່ງທັບດ້ວຍ TouchWiz UI
  • ຊິບເຊັດ Samsung Exynos 7420 Quad-core 1.5 GHz Cortex-A53 & Quad-core 2.1 GHz Cortex-A57
  • GPU Mali-T760MP8
  • RAM 4GB DDR4
  • ຫນ່ວຍຄວາມຈຳພາບໃນ 32/64GB
  • Wi-Fi 802.11 a/b/g/n/ac, dual-band, Wi-Fi Direct, hotspot
  • ์NFC
  • Bluetooth 4.2, A2DP, EDR, LE
  • microUSB v2.0, USB Host
  • GPS ຮອງຮັບ GLONASS
  • ເຊັນເຊີ້ Accelerometer, gyro, proximity, compass, barometer, heart rate, SpO2
  • ກ້ອງຄວາມລະອຽດ 16MP, 5312 x 2988 pixels, F1.9, optical image stabilization, autofocus, LED flash, Dual Shot, Simultaneous HD video and image recording, geo-tagging, touch focus, face/smile detection, panorama, HDR
  • ບັນທຶກວີດີໂອຄວາມລະອຽດ 2160p@30fps, 1080p@60fps, optical stabilization, dual-video rec.
  • ກອ້ງຫນ້າຄວາມລະອຽດ 5MP, F1.9
  • ແບັດເຕີລີ້ຄວາມຈຸ 3000 mAh

P8261963

 

ການໃຊ້ງານພາຍໃນ

ຄວາມລ່ຽນໄຫລນີ້ບໍ່ຕອ້ງເວົ້າເຖິງສຳລັບການເຮັດວຽກກັບເຄື່ອງ Samsung Galaxy Note 5 ປະສິດທິພາບມາແບບຈັດເຕັມ ແຫນ້ນ ໄວ ອະນິເມຊັ້ນການເຄື່ອນໄຫວລ່ຽນໄຫລກັນຕັ້ງແຕ່ຫນ້າ Lock Screen ເລີຍ ການເຮັດວຽກຕ່າງໆຢູ່ໃນລະດັບທັອບຕາມລາຄາ ທົດສອບການໃຊ້ງານໄປກໍ່ຢາກຈະເອົາໄວ້ໃຊ້ໄປດົນໆ…

Screenshot_2015-08-25-16-51-55-horz

ຫນ້າ UI ເປັນ Samsung TouchWiz ໂຕລ່າສຸດທີ່ມີ Themes ໃຫ້ເລືອກດາວໂຫລດມາໃຊ້ງານໄດ້ຈາກໃນ Theme Store

Screenshot_2015-08-25-16-52-07

ຕັ້ງກຳນົດຈຳນວນການວາງໄອຄອນ ຫລື Widget ໃນຫນ້າໂຮມໄດ້ສາມຂະຫນາດ

Screenshot_2015-08-25-21-54-43

Widget ພິເສດຂອງທາງ Samsung ເຮັດເອົາມາໄວ້ໃຫ້ຫລາຍແບບ ທັງແບບເກົ່າ ແລະ ແບບໃຫມ່ເຊັ່ນ: Widget ທີ່ຈະແນະນຳແອັບຯເຊິ່ງເຫມາະສົມກັບການໃຊ້ງານໃນຂະນະນັ້ນໆແບບອັດຕະໂນມັດ ບໍ່ວ່າເຮົາຈະຢູ່ບ້ານ ບ່ອນເຮັດວຽກ ຫລື ກຳລັງເດີນທາງ.

Screenshot_2015-08-25-21-54-49-horz

Samsung Galaxy Note 5 ເປັນເຄື່ອງທີ່ມີຟັງຊັ່ນການເຮັດວຽກຫລາຍ ທັງໃນໂຕເຄື່ອງເອງ ຜ່ານການເຮັດວຽກຮ່ວມກັບແອັບຯ ແລະ ການເຮັດວຽກຮ່ວມກັບປາກກາ S-pen ລອງມາໄລ່ເບິ່ງຕົວຢ່າງທີ່ສຳຄັນໆກັນເບິ່ງ.

ແນ່ນອນວ່າການເຮັດວຽກແບບ Multi Windows ນັ້ນຍັງຄົງມີຢູ່ສາມາດເຮັດວຽກໄດ້ທັງແບບ Mini Popup ຫນ້າຕ່າງນ້ອຍໆ ແລະ ແບບແຍກສອງຫນ້າຈໍເຮັດວຽກສອງແອັບຯໄດ້ພ້ອມໆກັນ ລອງທົດສອບເປີດແອັບຯຂຶ້ນມາຫລາຍໆໂຕກໍ່ບໍ່ພົບບັນຫາເລີຍ ຫນ້າຈໍໃຫຍ່ສະຫລັບແອັບຯເຮັດວຽກໄດ້ຢ່າງໄວ ເປັນການໃຊ້ງານທີ່ແຕກຕ່າງໄປຈາກເກົ່າຫລາຍພໍສົມຄວນ.

Screenshot_2015-08-25-21-46-52-horz

ຫນ້າ Briefing ຫນ້າທຳອິດທີ່ສະແດງລາຍການຂ່າວ ແຕ່ບໍ່ຄ່ອຍເປັນທີ່ນິຍົມເພາະມັນບໍ່ມີແຫລ່ງຂ່າວພາຍໃນ ແຕ່ຖ້າໄຜມັກອ່ານຂ່າວນອກ ມີໃຫ້ອ່ານກັນຫມົດມື້ ເປັນຫນ້າທີ່ເຮົາຕັ້ງຄ່າຄວາມສົນໃຈໃນການດຶງຂໍ້ມູນຂ່າວປະເພດຕ່າງໆຈາກແຫລ່ງຂ່າວຊັ້ນນຳມາສະແດງລຽງກັນແບບສວຍງາມ ໃຫ້ເຮົາໄດ້ອ່ານກັນຕັ້ງແຕ່ຫນ້າໂຮມ.

Screenshot_2015-08-25-21-48-01-horz

ຫນ້າການແຈ້ງເຕືອນທີ່ຍັງຄົງມີທາງເຂົ້າດວນໃນການເຊື່ອມຕໍ່ກັບອຸປະກອນຕ່າງໆ

Screenshot_2015-08-25-21-53-00

S finder ໂປຣແກມການຄົ້ນຫາທີ່ທາງ Samsung ພັດທະນາຂຶ້ນມາເພື່ອການຄົ້ນຫາທຸກໆຢ່າງທີ່ຢູ່ໃນເຄື່ອງຈາກຟັງຊັ່ນນີ້ຟັງຊັ່ນດຽວໄດ້ບໍ່ວ່າຈະເປັນລາຍຊື່, ຂໍ້ຄວາມ, ໄຟລເອກະສານ, ອີເມວ ຫລື ການຕັ້ງຄ່າທີ່ເຮົາຫາບໍ່ເຫັນກໍ່ລອງມາຄົ້ນຫາໄດ້ທີ່ນີ້ທີ່ດຽວ.

Screenshot_2015-08-25-21-52-53

ແອັບຯຂອງທາງ Samsung ມີຄົບຫມົດ ບາງໂຕຢູ່ໃນເຄື່ອງ ບາງໂຕໂຫລດເພີ່ມໄດ້ ໃນ Galaxy App ຫລື Store ສ່ວນໂຕຂອງຜູ່ໃຊ້ Samsung Galaxy ດ້ານໃນຈະມີແອັບຯດີໆ ບາງໂຕມາແຈກຟຣີ ໂຫລດມາໃຊ້ກັນໄດ້ເຕັມທີ່ ຫລີ້ນຫນັງ, ຟັງເພງ, ເກມ, ແອັບຯເປີດເອກະສານ ຫລື ແມ່ນແຕ່ແອັບຯໃຊ້ງານໃນການແຕ້ມຮູບຢ່າງ SketchBook ທີ່ທາງຜູ່ພັດທະນາແອັບຯເຮັດເວີຊັ່ນພິເສດໃຫ້ໄດ້ໃຊ້ງານກັນແບບຟຣີໆສຳລັບຊາວ Samsung Galaxy Note 5

Screenshot_2015-08-17-18-41-24-horz

ແອັບຯສຸຂະພາບ S-Health ບັນທຶກການເຄື່ອນໄຫວ, ການນອນ, ການຍ່າງ, ການອອກກຳລັງກາຍ ທັງຍັງສາມາດຄຳນວນຄາຣໍຣີອາຫານທີ່ເຮົາກິນເຂົ້າໄປ ບັນທຶກການດື່ມນ້ຳ ແລະ ສຳລັບເຊິງສຸຂະພາບ ມັນຍັງເປັນພື້ນທີ່ສຳລັບຈັດເກັບຂໍ້ມູນຄວາມດັນໂລຫິດ ແລະ ລະດັບນ້ຳຕານໃນເລືອດໄດ້ດ້ວຍ ສອດຄ່ອງກັບຄວາມສາມາດໃນການຈັບວັດຊີບພະຈອນການເຕັ້ນອງຫົວໃຈ ທັງຫມົດບັນທຶກເປັນໂປຣໄຟເອົາໄວ້ໄດ້ຜ່ານແອັກເຄົ້າທີ່ເຮົາສະມັກເຂົ້າໃຊ້ງານ.

Screenshot_2015-08-25-08-33-44-horz

ແອັບຯ Smart Manager ແອັບຯສຳລັບການຈັດການຕົວເຄື່ອງທັງເລື່ອງຂອງການຈັດການດ້ານພະັງງານການໃຊ້ແບັດຯ, ກາານເຄຣຍຫນ່ວຍຄວາມຈຳ ເຊິ່ງຈະເບິ່ງໄດ້ວ່າແອັບຯໃດໃຊ້ຊັບພະຍາກອນເຄື່ອງໄປເທົ່າໃດ.

Screenshot_2015-08-25-22-21-31-horz

ການຈັດການຫນ່ວຍຄວາມຈຳພາຍໃນເຄື່ອງ ໂດຍສາມາດແຈກແຈງໃຫ້ເຮົາໄດ້ວ່າໃຊ້ງານໄກັບສິ່ງໃເທີ່ມີຢູ່ໃນເຄື່ອງຈັດການຄົ້ນຫາ ແລະ ລົບສິ່ງທີ່ເຮົາບໍ່ໄດ້ໃຊ້ງານໄດ້ງ່າຍໆ.

Screenshot_2015-08-25-22-23-11-horz

ລະບົບການຈັດການດ້ານຄວາມປອດໄພ ສະແກນຫແອັບຯການເຮັດວຽກທີ່ບໍ່ຫນ້າໄວ້ໃຈ ລວມທັງເປີດໃຊ້ຟັງຊັ່ນ Samsung Knox ລະບົບຮັກສາຄວາມລັບສ່ວນບຸກຄົນ ທີ່ຈະແຍກຂໍ້ມູນການໃຊ້ງານຂອງເຮົາອອກມາເປັນຄວາມລັບ ໄຜທີ່ບໍ່ຮູ້ລະຫັດແມ່ນບໍ່ສາມາດເຂົ້າເຖິງຂໍ້ມູນຂອງໂຕເຮົາໄດ້.

Screenshot_2015-08-25-22-25-55-horz

ການຕັ້ງຄ່າຂອງ Galaxy Note 5 ເຖິງວ່າຈະາໃນ Android L ເວີຊັນ 5 ແຕ່ຫນ້າຕາການອອກແບບກໍ່ຍັງເປັນທາງ Samsung ທີ່ຄິດໃຫ້ ອອກແບບໃຫ້ສິ່ງທີ່ໂດດເດັ່ນສຳລັບ UI ໂຕນີ້ຂອງ Samsung ຄືເຮົາສາມາດກຳນົດການຕັ້ງຄ່າດ່ວນທີ່ເຮົາໃຊ້ງານປະຈຳໃຫ້ມາສະແດງຢູ່ດ້ານເທິງໃນການຕັ້ງຄ່າໄດ້.

Screenshot_2015-08-25-22-04-02-horz

ການຕັ້ງຄ່າສຽງຂອງ Samsung Galaxy Note 5 ມີໃຫ້ເຮົາຕັ້ງຄ່າການໃຊ້ງານຢູ່ຫລາຍຢ່າງ ທີ່ຕ້ອງໄດ້ຮູ້ຈັກ ແລະ ແນະນຳໃຫ້ໄປລອງໃຊ້ກັນ ອັນທຳອິດຄືກຳນົດໄລຍະເວລາໃນການແຈ້ງເຕືອນຂອງໂຕເຄື່ອງໃນແຕ່ລະວັນ ກຳນົດເວລານອນຂອງເຮົາໄວ້ໃຫ້ຮຽບຮ້ອຍ Samsung Galaxy Note ກໍ່ຈະເປັນເຄື່ອງທີ່ຮູ້ຈັກເວລາໃນການເເຕື່ອນ ແບບຮູ້ໃຈ.

ກັບອີກຟັງຊັ່ນທີ່ຫນ້າສົນໃຈຄືການຕັ້ງຄ່າສຽງຂອງການໃຊ້ງານຮ່ວມກັບຫູຟັງເພາະ Samsung Galaxy Note 5 ຈະສາມາດຕັ້ງຄ່າສຽງໄດ້ຕາມການຮັບຟັງຂອງແຕ່ລະບຸກຄົນທີ່ໃຊ້ງານເພາະການຮັບສຽງຂອງຄົນເຮົາບໍ່ເທົ່າກັນ ຟັງຊັ່ນນີ້ຈະອອກແບບມາເພື່ອໃຫ້ການໃຊ້ຫູຟັງນັ້ນໆ ມີປະສິດທິພາບໃນການໃຊ້ງານກັບເຮົາເອງຫລາຍທີ່ສຸດ ໂດຍໃນຟັງຊັ່ນນີ້ໂຕເຄື່ຶອງຈະສົ່ງສຽງສັນຍານພ້ອມກັບໃຫ້ເຮົາປະຕິບັດຕາມໄປເທື່ອລະຂັ້ນຕອນເພື່ອຕັ້ງຄ່າຄວາມຖີ່ສຽງທີ່ດີທີ່ສຸດສຳລັບລະດັບການໄດ້ຍິນຂອງເຮົາ.

Screenshot_2015-08-25-22-04-40-horz

ຫນ້າຈໍສະແດງຜົນຂອງ Samsung Galaxy Note 5 ສວຍງາມຫລາຍ, ຄົມຊັດ, ສີສົດ,ແສງສະຫວ່າງ ເຮົາສາມາດເຂົ້າໄປກຳນົດຄ່າສີສັນຕາມທີ່ເຮົາຕອ້ງການໄດ້ພາຍໃນເພີ່ມຕື່ມ ສີສົດໄປກໍສາມາດລົດລົງໄດ້, ຈືດໄປຢາກໄດ້ສີສະໃຈກວ່າເກົ່າກໍ່ຍັງຕື່ມໄດ້ ປັບຂະຫນາດໂຕອັກສອນ ຫລື ປ່ຽນຟ້ອນໂຕອັກສອນໄດ້.

Screenshot_2015-08-25-22-10-21-horz

ຈາກທີ່ທົດສອບໃຊ້ງານມາ ບາງແອັບຯບໍ່ຍອມປ່ຽນຂະຫນາດຂອງໂຕອັກສອນຕາມທີ່ຕັ້ງຄ່າ ເຊັ່ນ: ແອັບຯ Plume ທີ່ໃຊ້ອ່ານ Twitter

Screenshot_2015-08-25-16-53-23

ຟັງຊັ່ນການເຮັດວຽກຜ່ານເຊັນເຊີ້ໂຕເຄື່ອງໃນ Samsung Galaxy Note 5 ຈະຍັງມີໃຫ້ໃຊ້ກັນຢູ່ 4 ໂຕ

  • ການໂທໂດຍກົງ-ຍົກເຄື່ອງຂື້ນແນບຫູເພື່ອໂທອອກໂດຍທັນທີ ເມື່ອເຮົາກຳລັງອ່ານຂໍ້ຄວາມຫລື ລາຍຊື່ເທິງຫນ້າຈໍໂດຍບໍ່ຕ້ອງກົດໂທອອກ.
  • ການເຕືອນອັດສະລິຍະ ໂຕເຄື່ອງຈະສັ່ນເມື່ອເຮົາຈັບຂື້ນມາ ຖ້າມີການຕິດຕໍ່ທີ່ເຮົາບໍ່ໄດ້ຮັບສາຍ.
  • ປິດສຽງ ເອົາຝາມືປັດລົງເທິງຫນ້າຈໍ ຫລື ຂວ້ຳເຄື່ອງລົງໄປເພື່ອປິດສຽງແຈ້ງເຕື່ອນໃນຂະນະນັ້ນໆໂດຍທັນທີ
  • ຝາມືປັດເພື່ອຈັບພາບ ໃຊ້ສັນຝາມືປັດຫນ້າຈໍເພື່ອຈັບພາບຫນ້າຈໍໃນຂະນະນັ້ນໆ.

Screenshot_2015-08-25-22-13-56

ສຳລັບການສະແກນລາຍຍນີ້ວມື ພັດທະນາຂື້ນຫລຍ ໃຊ້ການແຕະສຳຜັດປຸ່ມໂຮມເພື່ອແທນການປົດລັອກ ດ້ານຄວາມປອດໄພ ສະດວກ ແລະ ວ່ອງໄວກວ່າການໃຊ້ງານແບບລະຫັດ ໂຕເຄື່ອງຈະໃຫ້ເຮົາທຳການສະແກນລາຍນີ້ວມືແບບຊ້ຳໆ ຫລາຍຄັ້ງໃນຂັ້ນຕອນການບັນທຶກລາຍນີ້ວມືໃນຄັ້ງທຳອິດ ເພື່ອຄວາມຖືກຕ້ອງໃນການໃຊ້ງານຄັ້ງຕໍ່ໆໄປ ທົດສອບໃຊ້ງານກໍ່ຖືກຕອ້ງຫລາຍ ໂອກາດຜິດພາດ ບໍ່ສຳເລັດຫນ້ອຍຄັ້ງ ແນະນຳໃຫ້ໃຊ້ເພື່ອຄວາມປອດໄພ ແລະ ມັນປົດລອັກກັນໄດ້ງ່າຍໆພຽງແຕ່ວາງນີ້ວເທົ່ານັ້ນ.

Screenshot_2015-08-25-22-29-57-horz

ລະບົບຄວາມປອດໄພຂອງໂຕເຄື່ອງ ນອກຈາກລາຍນີ້ວມືແລ້ວຍັງມີບໍລິການ Find My mobile ຂອງທາງ Samsung ຢູ່ໃຫ້ໃຊ້ງານເຊັ່ນເດິມ ເປັນບໍິການທີ່ລອັກເຄື່ອງໄວ້ດ້ວຍແອັດເຄົ້າຂອງເຮົາ ເອົາໄສ້ຕິດຕາມເຄື່ອງເວລາເສຍ ຕິດຕາມຕຳແຫນ່ງຜ່ານຫນ້າເວັບໃຊ້ ລວມທັງແຈ້ງເຕືອນເຮົາໄດ້ອັດຕະໂນມັດເວລາທີ່ມີຄົນເອົາເຄື່ອງໄປແລ້ວເອົາໄປປ່ຽນຊິມ.

Screenshot_2015-08-25-22-31-09

ມັນຈະສົ່ງຫມາຍເລກຂອງຊິມໃຫມ່ທີ່ເຮົາໃສ່ເຂົ້າໄປ ສົ່ງຂໍ້ຄວາມໄປຍັງຫມາຍເລກໂທລະສັບທີ່ເຮົາຕັ້ງຄ່າເອົາໄວ້ ເຮັດໃຫເເຮົາຮູ້ວ່າຫມາຍເລກໂທລະສັບຂອງຜູ່ທີ່ລັກເອົາເຄື່ອງເຮົາໄປແລ້ວປ່ຽນຊິມ.

 

ຟັງຊັ່ນການໃຊ້ງານຂອງປາກກາ S-PEN

ສຳລັບຄົນທີ່ຍັງບໍ່ເຄີຍໃຊ້ເຄື່ອງຕະກູນ Galaxy Note ບາງຄົນອາດຈະບໍ່ຮູ້ວ່າປາກກາຂຽນຫນ້າຈໍຂອງເຄື່ອງຕະກູນນີ້ຈະບໍ່ໄດ້ເປັນພຽງແຕ່ປາກກາທີ່ແນໃຫ້ກັບເຄື່ອງແບບທົ່ວໆໄປ ມັນຈະມາພ້ອມກັບຄວາມສາມາດທີ່ອອກແບບມາເພື່ອໃຊ້ຄູ່ກັນຫລາຍຢ່າງ ທັງນີ້ປາກກາໂຕເຄື່ອງຍັງພັດທະນາມາໃຫ້ໃຊ້ງານຄູ່ກັນຕັ້ງແຕ່ລຸ້ນທຳອິດ ແລະຍັງເນັ້ນການພັດທະນາມາແບບຕໍ່ເນື່ອງ ໃຫ້ຜູ່ໃຊ້ສາມາດໃຊ້ງານໄດ້ສະດວກຫລາຍຍິ່ງຂື້ນເລື້ອຍໆໄປ.

ການເຮັດວຽກແບບອັດຕະໂນມັດ ພຽງແຕ່ເຮົາຈັບປາກກາອອກມາຈາກໂຕເຄື່ອງ ຊຸດຄຳສັ່ງດ່ວນ Air Command ກໍ່ຈະເລີ່ມເຮັດວຽກໂດຍອັດຕະໂນມັດ ໃນເວີຊັ່ນນີ້ຈະເປັນໄອຄອນ Pop up ລອຍຢູ່ເຫຮືອຫນ້າຈໍໃຫ້ເຮົາກົດໃຊ້ໄດ້ທຸກທີ່ທຸກເວລາ ໂດຍຈະບໍ່ເປັນການເກະກະຫນ້າຈໍແນ່ນອນ ເພາະ Pop up ນີ້ຈະກົດໃຊ້ງານໄດ້ຕອ້ງຜ່ານປາກການີ້ເທົ່ານັ້ນ ຖ້າໃຊ້ນີ້ວກົດຈະບໍ່ໄປຖືກມັນແນ່ນອນ.

ການເອີ້ນໃຊ້ງານຂຶ້ນມາໃຫມ່ກໍ່ພຽງແຕ່ນຳປາກກາຈໍ່ໄວ້ໃກ້ໆຫນ້າຈໍແລ້ວກົດປຸ່ມທີ່ເທິງປາກກາ ກໍ່ຈະເປັນການເອີ້ນໃຊ້ Air Command ໄດ້ໃນທັນທີ.

Screenshot_2015-08-26-08-48-52

ຊຸດຄຳສັ່ງ Air Command ຈະປະກອບດ້ວຍ

Action Memo ການຈົດບັນທຶກແບບດ່ວນດ້ວຍລາຍມື

Screenshot_2015-08-26-08-50-02

ການເລືອກອັດສະລິຍະ – ເປັນການເຊັບຫນ້າຈໍແບບສະບັບຂອງເຄື່ອງ Note 5 ເອງໂດຍເຮົາຈະສາມາດເລືອກພື້ນທີ່ໃນການຈັດເກັບພາບເທິງຫນ້າຈໍໄດ້ອິດສະຫລະ ເປັນພາບສີ່ຫລ່ຽມ ວົງກົມ ຫລື ການເລືອກຕັດສະເພາະສ່ວນທີ່ຈະມີຕົວຊ່ວຍໃນການຕັດພາບມາໃຫ້ເຮົາອີກດ້ວຍ ໂດຍພາບທີ່ຕັດອອກມາກໍ່ສາມາດນຳໄປໃຊ້ຕໍ່ໄດ້ຫລາຍຮູບແບບ ເຊັ່ນ: ບັນທຶກເປັນພາບປົກກະຕິ ຫລື ນຳພາບທີ່ຕັດນັ້ນມາຂຽນຈົດບັນທຶກເພີ່ມຕື່ມໄດ້.

ລວມທັງຍັງສາມາດຈັດເກັບພາບພ້ອມກັບລີ້ງເວັບໃຊ້ທີ່ໄດ້ມາອັດຕະໂນມັດຜ່ານເມນູບັນທຶກໃນສະຫມຸດພາບ

Screenshot_2015-08-26-08-53-45-horz

ຂຽນເທິງຫນ້າຈໍ – ໃນກໍລະນີທີ່ເຮົາຕ້ອງການເຊັບພາບຫນ້າຈໍໃນຂະນະນັ້ນ ແລະ ຕ້ອງການທີຈະຂຽນຂໍ້ຄວາມ ຫລື ເຮັດເຄື່ອງຫມາຍໃດໆເພີ່ມຕື່ມລົງໄປ ກໍ່ສາມາດໃຊ້ຄຳສັ່ງນີ້ໄດ້ເລີຍ ເພາະໂຕເຄື່ອງຈະເຊບພາບຫນ້າຈໍໃນຂະນະນັ້ນໆ ແລ້ວເຂົ້າສູ່ເມນູການໃຊ້ເຄື່ອງມືການຂຽນໃຫ້ເຮົາໂດຍທັນທີ.

ໃນເມນູ Air Command ເຮົາຈະສາມາດເພີ່ມຕື່ມໄອຄອນແອັບຯທີ່ເົາຕ້ອງການໃຊ້ງານປະຈຳ ໄດ້ອີກສາມແອັບຯ ເລືອກໄດ້ດ້ວຍຕົວເອງເລີຍ ໂດຍການກົດເຂົ້າໄອຄອນຕັ້ງຄ່າມຸມຂວາລຸ່ມ ໂດຍໃນເລີ່ມຕົ້ນຈະມີການລະບຸແອັບຯ S-Note ມາໄວ້ໃຫ້ເຮົາກ່ອນເປັນອັນດັບທຳອິດ ຢາກປ່ຽນເປັນແອັບຯໃດກໍ່ເຂົ້າໄປເລືອກໄດ້ເລີຍ.

Screenshot_2015-08-26-09-03-07

ຟັງຊັ່ນການເຮັດວຽກສ່ວນຫນຶ່ງຂອງປາກກາ S-Pen ກໍ່ຢູ່ທີ່ແອັບຯທີ່ຈະນຳມາໃຊ້ງານຮ່ວມກັນ ໂດຍໃນເຄື່ອງເຮົາຈະມີແອັບຯພື້ນຖານສຳລັບການໃຊ້ງານ Note ໄດ້ຢ່າງເຕັມທີ່ນັ້ນຄື S-Note  ການເຮັດວຽກຂອງມັນກໍ່ຄືການສ້າງງານເອກະສານໄດ້ຫລາກຫລາຍຮູບແບບທັງຈົດບັນທຶກດ້ວຍລາຍມື ຫລື ການປ້ອນຂໍ້ຄວາມດ້ວຍແປ້ນພິມ, ການແນບຮູບ, ໃສ່ພາບປະກອບ ເທິງຮູບແບບເອກະສານທີ່ S-Note ມີກຽມໄວ້ໃຫ້ເຊັ່ນ: ລາຍກາຍຈົດບັນທຶກ, ປະຊຸມງານ, ກຳນົດການ, ໄດອາຣີ້ພາບເປັນຕົ້ນ.

Screenshot_2015-08-26-09-06-49

ແລະຢ່າລືມ ສຳລັບຄົນທີ່ຕ້ອງການແຕ້ມຮູບກໍ່ສາມາເຂົ້າໄປດາວໂຫລດແອັບຯ SketchBox For Galaxy ມາໃຊ້ງານໄດ້ຈາກໃນ Galaxy Apps ໃນເຄື່ອງໄດ້ເລີຍ ເປັນແອັບຯດີໆທີ່ທາງ Samsung ນຳມາແຈກໃຫ້ຊາວ Note 5 ໃຊ້ກັນປບບຟຣີໆ ເປັນແອັບຯສຳລັບການແຕ້ມຮູບຂັ້ນສູງ ມີແຄື່ອງມືສ້າງພາບຫລາກຫລາຍ ມີ Layer  ແລະມີການລົງສີຈຳລອງອຸປະກອນຕ່າງໆເອົາໄວ້ໃຫ້ເລືອກໃຊ້ຫລາຍ ເປັນແອັບຯໂຕດັງຂອງທາງ Android ແລ້ວສຳລັບການແຕ້ມຮູບ.

Screenshot_2015-08-25-22-00-57-horz

ໃນເມນູຕັ້ງຄ່າ S-Pen ເຮົາກໍ່ສາມາດເຂົ້າໄປຕັ້ງຄ່າການໃຊ້ງານໄດ້ຕື່ມເຊັ່ນ:

ແອວິວ ການໃຊ້ປາຍປາກກາຊີ້ໄປທີ່ຫນ້າຈໍເພື່ອໃຫ້ສະແດງຂໍ້ມູນສິ່ງຕ່າງໆ ທີ່ຢູ່ພາຍໃນເຊັ່ນ: ພາບຖ່າຍທີ່ຢູ່ໃນອາລະບ້ຳ ຫລື ຂໍ້ຄວາມທີ່ຢູ່ມນອີເມວພາຍໃນໂດຍບໍ່ຕ້ອງກົດເຂົ້າໄປເບິ່ງ.

Screenshot_2015-08-26-09-15-28-horz

ໃສ່ຂໍ້ມູນດ້ວຍປາກກາໂດຍກົງ  ໃນກໍລະນີເຮົາຖືປາກກາຢູ່ໃນມື ແລະ ມີຊ່ອງໃຫ້ເຮົາໃສ່ຂໍ້ຄວາມເຊັ່ນ: ຊ່ອງຄົ້ນຫາພຽງແຕ່ເອົາປາກກາໄປຈໍ່ໃກ້ໆ ໄອຄອນກອກຂໍ້ມູນດ້ວຍປາກກາກໍ່ຈະປະກົດຂຶ້ນມາເຮົາສາມາດໃຊ້ການຂຽນດ້ວຍລາຍມືຂອງເຮົາແທນການພິມໄດ້ເລີຍ ໂຕລະບົບກໍ່ຈະປ່ຽນລາຍມືຂອງເຮົາໃຫ້ກາຍເປັນຂໍ້ຄວາມໃຫ້ເອງໄດ້ເລີຍ ເຊິ່ງສາມາດຮອງຮັບພາສາໄທໄດ້ອີກດ້ວຍ ຂຽນໄປທັງປະໂຫຍກຍາວໆໄດ້ເລີຍມັນກໍ່ແປໃຫ້ຖືກຕອ້ງໃນລະດັບຫນຶ່ງ.

Screenshot_2015-08-26-09-18-44-horz

ເຮົາສາມາດເປີດການເຮັດວຽກບັນທຶກດ່ວນໃນຂະນະຫນ້າຈໍລັອກໃນຫນ້າການຕັ້ງຄ່ານີ້ ເມື່ອເປີດຟັງຊັ່ນ ສະຫມຸດບັນທຶກເມື່ອປິດຫນ້າຈໍ ແລ້ວເຮົາກໍ່ສາມາດເອີ້ນໃຊ້ບັນທຶກດ່ວນໄດ້ໂດຍບໍ່ຕ້ອງປົດລັອກໂທລະສັບກ່ອນເລີຍ ເມື່ອຕອ້ງການຈະໃຊ້ກໍ່ພຽງແຕ່ດຶງປາກກາອອກມາເທົ່ານັ້ນ.

Screenshot_2015-08-26-09-23-59

ການຕອບສະຫນອງຂອງໂຕປາກກາກັບຫນ້າຈໍ Note 5 ຢູ່ໃນຂັ້ນຂີດສຸດຂອງຕອນນີ້ແລ້ວ ທ່ານ ຜ Cheery Cola ຜູ່ທີ່ເປັນນັກແຕ້ມຮູບ Digital ໃຫ້ກັບທາງເວັບໄຊ້ ໄດ້ທົດສອບປາກກາກັບການໃຊ້ງານແລ້ວໃຫ້ຄວາມເຫັນວ່າ:

[quote]ໂຕປາກການ້ອຍລົງ ອາດຈະເຮັດໃຫ້ການຈັບຖືບໍ່ຖະຫນັດເທົ່າເດີມ ແຕ່ສາມາດໃສ່ຈັດເກັບເຂົ້າໂຕເຄື່ອງໄດ້ສວຍງາມຫລາຍຂຶ້ນ ຫຍິບໃຊ້ສະດວກຂື້ນ ການໃຊ້ງານຂອງໂຕປາກກາສຸດຍອດຫລາຍ ຕອບສະຫນອງໄວ ແລະ ການເອີ້ນໃຊ້ແອັບຯໄວຂຶ້ນຫລາຍກວ່າລຸ່ນເກົ່າອີກ.[/quote]

ປາກກາ S-Pen ຂອງ Galaxy Note 5 ເປັນລຸ້ນຖອດຫົວປາກກາອອກໄດ້ ໂດຍພາຍໃນກ່ອງຈະມີຫົວປາກກາສຳຮອງມາຫໃ້ພ້ອມຄີມຫນີບດຶງຫົວປາກກາ.

P8261967

ຜົນທົດສອບຕ່າງໆຂອງ Samsung Galaxy Note 5

Screenshot_2015-08-26-09-29-38-tile

ການຈັບສັນຍານ GPS ໂຄດໄວເຖິງວ່າບໍ່ໄດ້ເປີດເນັດຊ່ວຍກໍ່ຕາມ.

Screenshot_2015-08-26-09-30-17-tile

ຫນ່ວຍຄວາມຈຳພາຍໃນເຄື່ອງລຸ້ນ 32 ກິກ (ຈະມີຈຳຫນ່າຍສອງລຸ້ນໃນປະເທດໄທຄືຂະຫນາດຄວາມຈຳ 32 GB ແລະ 64 GB) ສາມາດໃຊ້ງານໄດ້ແທ້ 24.85 GB ເຄື່ອງ Galaxy Note 5 ຈະບໍ່ສາມາດເພີ່ມຫນ່ວຍຄວາມຈຳພາຍນອກຜ່ານ Micro SD Card ໄດ້.

ເລື່ອງຂອງການຫລິ້ນຫນັງ ຫລິ້ນເກມຢູ່ໃນລະດັບສູງແລ້ວ ເກມປະເພດໃດກໍ່ຕິດຕັ້ງໄດ້ ຖ້າບໍ່ພົບບັນຫາໃນເລື່ອງຂອງເຕັກນິກ ຫລິ້ນໄດ້ທັງຫມົດທັງ Play Store ແນ່ນອນ, ການເປີດເວັບໄຊ້ວ່ອງໄວ ເກືອບຈະບໍ່ົພົບບັນຫາແລັກຄ້າງ ຫລື ຫນ່ວງໃດໆເລີຍໃນຂະນະທົດສອບໃຊ້ງານ

ລະບົບສຽງຫລາຍສຳລັບການປັບແຕ່ງຜ່ານຊຸດຫູຟັງ ສ່ວນໂຕລຳໂພງສຽງໃສໆ ມີເນື້ອສຽງຢູ່ພໍປະມານ ເປັນລຳໂພງທີ່ດີແຕ່ກໍ່ຢູ່ໃນລະດັບລຳໂພງດີໆຂອງເຄື່ອງໂທລະສັບ.

P8261935

ເລື່ອງຂອງແບັດຯຂະຫນາດ 3.000 mAh ເບິ່ງແລ້ວບໍ່ຫນ້າຈຸໃຈຂາໂຫດເທົ່າໃດ ເພາະມັນນ້ອຍລົງກວ່າລຸ້ນເກົ່າແຕ່ການໃຊ້ງານໂຕຈິງບໍ່ເປັນຢ່າງທີ່ຄິດເລີຍເພາະໃຊ້ງານໄດ້ຕະຫລອດມື້ ແຕ່ຖ້າໃຊ້ງານຫນັກ (ສຸດໆ) ເປີດຫນ້າຈໍຕິດຕໍ່ກັນເປັນເວລາດົນຕໍ່ເນື່ອງຢູ່ໄດ້ປະມານ 6 ຊົ່ວໂມງແບັດຯຈະເລີ່ມຮ້ອງຫາປັກໄຟທັນທີ ແຕ່ນັ້ນກໍ່ຫມາຍເຖິງເປີດຕະຫລອດເວລາແທ້ໆ ເລື່ອງແບັດຯນີ້ໃຫ້ຜ່ານເລີຍ!!

ການສາກພະລັງງານພັດເປັນຈຸດເດັ່ນໃນນເລື່ອງຂອງຄວາມວ່ອງໄວ ເພາະ Galaxy Note 5 ເປັນເຄື່ອງທີ່ຮອງຮັບລະບົບ Quick Charge  ພຽງບຶດດຽວກໍ່ພ້ອມໃຊ້ງານຕໍ່ໄດ້ຍາວນານແລ້ວ ແຕ່ຕ້ອງໃຊ້ກັບບ່ອນສາກຂອງມັນກແທ້ໆ ເພາະຈະເປັນໂຕ Adaptor ທີ່ມີແຮງດັນກະແສໄຟຟ້າທີ່ສູງຫລາຍ.

P8261965

ທີ່ສຳຄັນ Galaxy Note 5 ເປັນເຄື່ອງສະມາດໂຟນທີ່ຮອງຮັບລະບົບການສາກໄຟໄຮ້ສາຍແບບໃຫມ່ທີ່ເປັນ Quick Charge  ເຊັ່ນກັນໂດຍທີ່ມີອຸປະກອນເສີມເຂົ້າມາຈຳຫນ່າຍໃນໄທພ້ອມໆກັບໂຕເຄື່ອງດ້ວຍ ບໍ່ຕ້ອງສຽບສາຍກໍ່ສາມາດສາກພະລັງງານໄດ້ຢ່າງວ່ອງໄວໄດ້.

note5-008-610x342

ກ້ອງຖ່າຍຮູບ

ກ້ອງເທບສຳລັບ Galaxy Note 5 ພາບອອກມາສວຍງາມ ດ້ວຍຊອັບແວຣການປັບແຕ່ງພາບ ແລະ ຄຸນນະພາບຂອງໂມດູນກ້ອງທີ່ປັບຈູນມາໄດ້ດີສຸດໆ ແລ້ວກໍ່ດີມາຕັ້ງແຕ່ລຸ້ນ Galaxy S6 ແລ້ວ.

ກ້ອງຖ່າຍງ່າຍ ໂຟກັສໄວ ໄດ້ພາບງາມໆເຖິງຈະຢູ່ໃນທີ່ແສງນ້ອຍ ແຕ່ຕ້ອງບອກກ່ອນວ່າພາບທີ່ໄດ້ນັ້ນເປັນພາບງາມແບບຍຸກ Social ເດີ້ ຖ້າເອົາໄປຂະຫຍາຍຊູມເບິ່ງລາຍລະອຽດຫລືຊອກຫາຄຸນນະພາບແບບກ້ອງລະດັບໂປຣມັນອາດຈະບໍ່ຖືກໃຈຜູ່ຫລິ້ນກ້ອງໂປຣເທົ່າໃດ ເພາະຄວາມສວຍງາມຂອງພາບທີ່ໄດ້ເປັນແບບປຸງແຕ່ງ ສວຍງາມເມື່ອເບິ່ງໂດຍລວມ ບໍ່ຕ້ອງຂະຫຍາຍຫາຈຸດຈັບຜິດ ເຫມາະກັບການນຳໄປແຊຣພາບເຂົ້າ Social ເບິ່ງກັນເອງໃນອຸປະກອນພົກພາ ງານປະມານນີ້ຈະໄດ້ພາບທີ່ເຫມາະສົມທີ່ສຸດ.

Screenshot_2015-08-26-09-57-32

ມີໂຫມດການຖ່າຍພາບໃຫ້ຫລີ້ນຫລາກຫລາຍ ແລະ ຍັງດາວໂຫລດເພິ່ມຕື່ມໄດ້ອີກເຊັ່ນກັນ.

Screenshot_2015-08-26-09-57-37

ຕົວຢ່າງພາບຖ່າຍຂອງ Samsung Galaxy Note 5

20150826_141518

20150818_144513

20150818_144523

20150818_144535

20150818_162804

20150819_162234_001

20150822_193212

20150822_193629

20150822_193929

20150822_194006

20150822_194608

20150825_214155

20150826_095802

ສະຫລຸບທ້າຍຣີວິວ

ຄຸນນະພາບສູງ ທັງໂຕເຄື່ອງພາຍນອກ ແລະ ພາບໃນ ບໍ່ຕ້ອງນັລເລື່ອງຂອງຄຸນສົມບັດສະເພາະໂຕຂອງປາກກາ S-Pen ໂຕນີ້ກໍ່ເປັນໂຕທີ່ສຸດຍອດຂອງເຄື່ອງສະມາດໂຟນໃນລະບົບແອນດຣອຍແລ້ວ ມາຄົບຫມົດເກືອບຈະທຸກຟັງຊັ່ນໃນຍຸກສະໄຫມໃຫມ່ ທົດສອບການໃຊ້ງານສຸດຍດອດຫລາຍ Samsung ເຮັດອອກມາໄດ້ດີທີ່ສຸດ.

 

[gradeA]

The post ຣີວິວ Samsung Galaxy Note 5 ເຄື່ອງລະດັບທັອບຂອງລະບົບ Android ຈາກ Samsung appeared first on iPhone, iPad, Android, Windows Phone 8 เกมรีวิว แอพพลิเคชั่น รีวิว มือถือ ข่าวสารล่าสุด - APPDISQUS.


Viewing all articles
Browse latest Browse all 29

Trending Articles



<script src="https://jsc.adskeeper.com/r/s/rssing.com.1596347.js" async> </script>